ຫໍໄຕປີດົກ ມົນມະຫາສະເໜ່ແຫ່ງວັດທະນະທໍາ

ຫໍໄຕປີດົກ ໄດ້ຖືກສ້າງຂຶ້ນເພື່ອຮັກສາຄໍາພີໃບລານໃຫ້ຄົງສະພາບເກົ່າໄວ້. ໂດຍປົກກະຕິແລ້ວ ຫໍໄຕ ຈະຖືກສ້າງເປັນສາລາກາງນໍ້າ ເພື່ອປ້ອງກັນຈາກແມງໄມ້ຕ່າງໆບໍ່ໃຫ້ມາກັດກິນໃບລານໄດ້. ປັດຈຸບັນ, ຫໍໄຕປີດົກ #ມີໃຫ້ເຫັນບໍ່ຫຼາຍ. ຫໍໄຕວັດກາງ ເປັນອີກໜຶ່ງມໍລະດົກທາງດ້ານສິລະປະ ແລະ ວັດທະນາທຳອັນລໍ້າຄ່າຂອງຄົນລາວ ທີ່ສ້າງຂື້ນຈາກຊ່າງ ຈິດຕະກອນບູຮານ ທີ່ມີສີມືອັນປານີດວິຈິດງົດງາມ ໂດຍໃຊ້ທັກສະຫຼາຍໆຢ່າງໄດ້ການວາດ ແລະ ສ້າງລວດລາຍທີ່ແສນງົດງາມທີ່ຫໍໄຕແຫ່ງນີ້.
📌ຫໍໄຕ ວັດກາງ ຕັ້ງຢູ່ ບ້ານວັດກາງ ເທດສະບານເມືອງສາລະວັນ, ເຊິ່ງກໍ່ສ້າງມາຈາກໄມ້ກັບດິນເປັນສ່ວນຫຼາຍ, ປະກອບມີ ເສົາ 54 ຕົ້ນ.