ສາລະວັນ ເປີດບັ້ນຝຶກອົບຮົມການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໃສທົ່ວປະເທດຄັ້ງທີ V ປີ 2025ໃຫ້ຄູຝຶກຂັ້ນເມືອງ
ການຝຶກອົບຮົມການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໃສທົ່ວປະເທດຄັ້ງທີ V ປີ 2025 ໃຫ້ຄູຝຶກຂັ້ນເມືອງ ໄດ້ເປີດຂື້ນໃນຕອນເຊົ້າຂອງວັນທີ 29 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມ ພະແນກການເງິນແຂວງສາລະວັນ ( ຫ້ອງປະຊຸມພະແນກແຜນການຫຼັງເກົ່າ )












