ແຂວງສາລະວັນ ມອບ-ຮັບໜ້າທີ່ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ຄະນະໂຄສະນາອົບຮົມແຂວງ
ວັນທີ 25 ກັນຍານີ້, ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງຂອງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 1424, 1425 ວ່າດ້ວຍ: ການຍົກຍ້າຍພະນັກງານນໍາພາ-ຄຸ້ມຄອງ ໄປຮັບໜ້າທີ່ໃໝ່ ຄື: ຍົກຍ້າຍ ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄປປະຈໍາການຢູ່ຫ້ອງວ່າການແຂວງ, ຍົກຍ້າຍ ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄປຮັບໜ້າທີ່ ຢູ່ສະພາປະຊາຊົນແຂວງ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 1436, 1435 ວ່າດ້ວຍ: ການແຕ່ງຕັ້ງ ສະຫາຍ ຈັນສີລອນ ສີສົມບູນ ຄະນະປະຈຳພັກແຂວງ ເປັນຫົວໜ້າຄະນະຈັດຕັ້ງແຂວງ ຜູ້ໃໝ່, ແຕ່ງຕັ້ງ ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ໃໝ່ ແລະ ມະຕິຕົກລົງ ເລກທີ 1426 ວ່າດ້ວຍການຍົກຍ້າຍ ສະຫາຍ ຈັນທະວອນ ສີຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄປຮັບໜ້າທີ່ໃໝ່ຢູ່ ໂຮງຮຽນການເມືອງ ແລະ ການປົກຄອງແຂວງສາລະວັນ.
ໃນໂອກາດດຽວກັນນີ້, ສະຫາຍ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກແຂວງສາລະວັນ ກໍໄດ້ໃຫ້ກຽດມອບມະຕິຕົກລົງ ຢ່າງເປັນທາງການ ພ້ອມທັງເຂົ້າຮ່ວມເປັນສັກຂິພິຍານໃນການເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ຫົວໜ້າຄະນະຈັດຕັ້ງແຂວງ ລະຫວ່າງ ສະຫາຍ ແຫວນເພັດ ລັດດາວົງ (ຜູ້ເກົ່າ) ກັບ ສະຫາຍ ຈັນສີລອນ ສີສົມບູນ (ຜູ້ໃໝ່), ມອບ-ຮັບ ໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ລະຫວ່າງ ສະຫາຍ ຈັນສະໝອນ ພົມມະແສງ (ຜູ້ເກົ່າ) ກັບ ສະຫາຍ ມະໄລວອນ ສີປະເສີດ (ຜູ້ໃໝ່) ໂດຍຊ້ອງໜ້າການນໍາຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ ເປັນສັກຂິພິຍານ.
