ການນອນບໍ່ຫຼັບອັນຕະລາຍທີ່ສຸດ
ອາການນອນບໍ່ຫຼັບ, ຫຼັບຍາກ ຫຼື ນອນບໍ່ຫຼັບດີ ຖ້າທ່ານພົບບັນຫາເຫຼົ່ານີ້ ເປັນສາເຫດເຮັດໃຫ້ຮູ້ສຶກອ່ອນເພຍ ແລະ ການເຮັດວຽກຂອງສະໝອງ ແລະ ການເຮັດວຽກຂອງຈິດໃຈ. ການນອນບໍ່ຫຼັບເປັນບາງເທື່ອ ແລະ ການນອນບໍ່ຫຼັບແບບປະຈຳ ຊື່ງເປັນອັນຕະລາຍທີ່ບໍ່ຄາດຄິດ.
ຊັກຊ້າ: ຄິດຫັຍງບໍ່ອອກ ອາລົມແປປ່ວນ ອາລົມຈະຫງຸດງິດ ແຖມຍັງມີຜົນກະທົບຕໍ່ສະໝອງ ມີອາການເຈັບຫົວ ການຮຽນຮູ້ ແລະ ຕັດສິນໃຈກໍ່ບໍ່ດີຄືເກົ່າ ບໍ່ມີສະມາທິ ຈົນເຮັດໃຫ້ເວົ້າກັນບໍ່ຮູ້ເລື່ອງ ຂາດປະສິດທິພາບໃນການຕັດສິນໃຈ ອ່ອນເພຍຈາກການການນອນໜ້ອຍເຮັດໃຫ້ມີສະມາທິໜ້ອຍລົງ ສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈຳວັນ ລວມໄປເຖີງການຮຽນຮູ້ການເຮັດວຽກ ຫຼື ຄວາມຄິດກໍ່ຊັກຊ້າ ເນື່ອງຈາກຮ່າງກາຍອ່ອນເພຍ ຈາກການພັກຜ່ອນບໍ່ພຽງພໍ ຮ່າງກາຍຢູ່ໃນສະພາວະມືນງົງ.
ນໍ້າໜັກເພີ່ມ: ຄົນທີ່ນອນບໍ່ພຽງພໍ ນໍ້າໜັກໂຕຈະເພີ່ມຂື້ນງ່າຍກ່ວາຄົນທີ່ພັກຜ່ອນພຽງພໍ ຍ້ອນວ່າຮ່າງກາຍຂອງເຮົາບໍ່ໄດ້ຮັບການພັກຜ່ອນທີ່ພຽງພໍຈະມີອາການຢາກກິນອາຫານເພີ່ມ ຫຼື ຫິວງ່າຍ ຫຼັງຈາກນັ້ນກໍ່ຈະກິນອາຫານຫຼາຍຂື້ນ ແລະ ເຮັດໃຫ້ນໍ້າໜັກໂຕເພີ່ມຂື້ນສູງ ດັ່ງນັ້ນ ຖ້າບໍ່ຢາກໃຫ້ນໍ້າໜັກເພີ່ມ ຫຼື ຢູ່ໃນຊ່ວງຄວບຄຸມນໍ້າໜັກຄວນພັກຜ່ອນໃຫ້ພຽງພໍ.
ສະມັດທາງເພດເຊື່ອມ: ການນອນບໍ່ຫຼັບ ຫຼື ພັກຜ່ອນບໍ່ພຽງພໍກໍ່ສາມາດເຮັດໃຫ້ສະມັດທາງເພດເຊື່ອມໄດ້ ເພາະວ່າຮ່າງກາຍພັກຜ່ອນບໍ່ພຽງພໍຈະມີຜົນກະທົບຕໍ່ຂະບວນການສ້າງເທສໂທສເທີໂຣນໃຫ້ຫຼຸດລົງໄດ້ ຊື່ງຈະມີຜົນໃຫ້ຄວາມຕ້ອງການທາງເພດຫຼຸດລົງ ພະຍາດສະມັດທາງເພດເຊື່ອມນີ້ ມັກພົບເຫັນໃນຄົນເຈັບທີ່ເປັນພະຍາດນອນບໍ່ຫຼັບ.
ອາຍຸສັ້ນ: ອາຍຸສັ້ນລົງນັ້ນ ບັນຫາໂດຍລວມເກີດຂື້ນມາຈາກການພັກຜ່ອນບໍ່ພຽງພໍ ແລະ ຈາກຫຼາຍໆ ພະຍາດທີ່ກ່າວມາເບື້ອງຕົ້ນ ເມື່ອຜົນກະທົບເຫຼົ່າຖືກສະສົມເປັນເວລາດົນໆ ຮ່າງກາຍຈະອ່ອນເພຍ ເຈັບປ່ວຍໄດ້ງ່າຍ ຊື່ງເຮັດໃຫ້ຊີວິດຂອງເຮົາສັ້ນລົງ ເຮົາຄວນນອນ 7-8 ຊົ່ວໂມງໃນເວລາກາງຄືນ ເປັນເວລາທີ່ເໝາະສົມທີ່ຈະຊ່ວຍໃຫ້ເຮົາອາຍຸຍືນຍາວ.
