ກອງປະຊຸມສະໄຫມວິສາມັນ ເທື່ອທີ 1 ຂອງສະພາປະຊົນ ແຂວງສາລະວັນ ໄດ້ພິຈາລະນາຄົ້ນຄວ້າ 7 ວຽກງານສໍາຄັນທີ່ຮີບດ່ວນ
ໃນວັນທີ 26 ກັນຍາ 2025 ສະພາປະຊາຊົນ ແຂວງສາລະວັນ ຊຸດທີ IV ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ ສະໂມສອນແຂວງສາລະວັນ; ໂດຍການເປັນປະທານຂອງ ທ່ານ ສີເຮັງ ຫອມສົມ ບັດ ປະທານສະພາປະຊາຊົນແຂວງສາລະວັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂັດເລືອກຕັ້ງ 14; ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກແຂວງ;ມີຄະນະປະຈໍາສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ, ແລະ ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ, ປະທານຄະນະກໍາມະການອົງການປົກຄອງແຂວງ-ເມືອງ; ຫົວໜ້າພະແນກການ-ຮອງຫົວໜ້າພະແນກ ການ ແລະ ອົງການລັດອ້ອມຂ້າງແຂວງ ເຂົ້າຮ່ວມ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ຄົ້ນຄ້ວາ, ພິຈະລະນາ ວຽກງານທີ່ສໍາຄັນ,ຈໍາເປັນ ແລະ ຮີບດ່ວນຂອງແຂວງສາລະວັນ 7 ໜ້າວຽກສໍາຄັນ ເປັນຕົ້ນ:
ໄດ້ຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ສະບັບເລກທີ 278/ຄຈສຂ.ສວ ລົງວັນທີ 25 ກັນຍາ 2025 ວ່າດ້ວຍ: ການຍົກຍ້າຍ ບຸກຄະລາກອນ ຂອງສະພາປະຊາຊົນແຂວງສາລະວັນ; ຜ່ານໜັງສືສະເໜີ ຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ 94/ຈຂ.ສວ ລົງວັນທີ 27 ສິງຫາ 2025 ກ່ຽວກັບການສະເໜີແຕ່ງຕັ້ງປະທານຄະນະກໍາມະການປົກຄອງແຂວງສາລະວັນ; ໜັງສືສະເໜີຂອງທ່ານປະທານ ຄະນະກໍາມະການປົກຄອງແຂວງສາລະວັນ ສະບັບເລກທີ 106/ຈຂ.ສວ ລົງວັນທີ 18 ກັນຍາ 2025 ກ່ຽວກັບ ການແຕ່ງຕັ້ງ, ຍົກຍ້າຍ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ຄະນະກໍາມະການປົກຄອງແຂວງສາລະວັນ; ໜັງສືສະເໜີຂອງອົງການປົກຄອງແຂວງ ກ່ຽວກັບການສະເໜີສ້າງຕັ້ງກົງຈັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ; ໜັງສືສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ສະບັບເລກທີ 279/ຄຈສຂ.ສວ ລົງວັນທີ 25 ກັນຍາ 2025 ກ່ຽວກັບ ການສະເໜີແຕ່ງຕັ້ງປະທານສານປະຊາຊົນແຂວງສາລະວັນ; ໜັງສືສະເໜີ ຂອງຄະນະປະຈໍາສະພາປະຊາຊົນ ແຂວງສາລະວັນ ສະບັບເລກທີ 280/ຄຈສຂ.ສວ ລົງວັນທີ 25 ກັນຍາ 2025 ກ່ຽວກັບ ການສະເໜີແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາ ຊົນແຂວງສາລະວັນ ແລະ ຮ່າງແຜນການ ຂອງຄະນະປະຈໍາສະພາປະຊາຊົນ ແຂວງສາລະວັນ ກ່ຽວກັບການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V.
ພ້ອມນັ້ນກອງປະຊຸມເທື່ອນີ້ ຍັງໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມ ຈໍານວນ 5 ສະບັບ ໃນນັ້ນປະກອບມີມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ: ການຮັບຮອງເອົາການແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງສາລະວັນ; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ: ການຮັບຮອງເອົາການແຕ່ງຕັ້ງ, ຍົກຍ້າຍ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ຄະນະກໍາມະການປົກຄອງແຂວງສາລະວັນ; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ: ການຮັບຮອງເອົາການສ້າງຕັ້ງກົງຈັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ: ການຮັບຮອງເອົາການແຕ່ງຕັ້ງປະທານສານປະຊາຊົນແຂວງສາລະວັນ; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ: ການຮັບຮອງເອົາການແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນ ແຂວງສາລະວັນ.
ກອງປະຊຸມ ຄັ້ງນີ້ ແມ່ນເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ຕາມທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍສະບັບປັບປຸງໃໝ່ ແມ່ນການຜັນຂະຫຍາຍຕາມທິດຊີ້ນໍາ ຂອງຄະນະບໍລິຫານງານສູນກາງພັກ ເລັ່ງໃສ່ແກ້ໄຂວຽກງານອັນຮີບດ່ວນ.
