ແຫຼ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ

ແຫຼ່ງງທ່ອງທ່ຽວຕາດເລາະ – ຕາດຮັງ ເປັນແຫ່ງທ່ອງທ່ຽວ ທາງທໍາມະຊາດ ຂອງແຂວງສາລະວັນ, ເປັນໜື່ງສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນີຍົຊົມຊອບຈາກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ,ໂດຍສະເພາະເນື່ອງໃນໂອກາດວັນສຳຄັນຕ່າງໆ ຂອງພັກ-ຂອງຊາດຫລື ໃນງານເທດສະການບຸນປີໃໜ່ລາວໃນທຸກໆປີເຊີ່ງມີນັກທ່ອງທ່ຽວຈຳນວນຫຼວງຫຼາຍທັງພາຍໃນແລະຕ່າງປະເທດມາຫຼີ້ນນ້ຳ,ພັກຜ່ອນທ່ຽວຊົມຕາດ ແລະ ຊົມກິດຈະກຳອື່ນໆ.ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດພັດທະນາແຫຼ່ງທ່ອງທ່ຽວ ຕາດເລາະ – ຕາດຮັງ ຈໍາກັດ ໄດ້ໃຫ້ສໍາພາດວ່າ: ປະຈຸບັນສະຖານທີ່ແຫ່ງນີ້ມີຄວາມພ້ອມແລ້ວໃນການຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວໃນໄລຍະບຸນປີໃໜ່ລາວ ພສ 2568, ເປັນຕົ້ນ : ມີຮ້ານອາຫານ,ມີຈຸດຊົມວີວ,ສະຖານທີ່ພັກຜ່ອນ,ສະຖານທີ່ສຳລັບຮ້ານວາງສະແດງສີນຄ້າໂອດ໋ອບ-ໂອທ໋ອບພາຍໃນແຂວງ,ສະຖານທີ່ຕະຫລາດນັດໃຫ້ກັບຊຸມຊົນ,ປະຊາຊົນບ້ານໄກ້ຄຽງທີ່ຕິດກັບແຫຼ່ງທ່ອງທ່ຽວເພື່ອໃຫ້ປະຊາຊົນໄດ້ນຳເອົາສີນຄ້າປະເພດພືດຜັກ,ອາຫານການກິນປະເພດຕ່າງໆທີ່ຫາໄດ້ຕາມທ້ອງຖີ່ນໃຫ້ມາວາງຈຳໜ່າຍຂ່າຍໃຫ້ຜູ້ທີ່ມາທ່ອງທ່ຽວ,ສຳລັບປີນີ້ຈະເນັ້ນໃສ່ສີນຄ້າທີ່ເປັນເອກະລັກຂອງບ້ານ,ເມືອງ ແລະ ແຂວງໂດຍສະເພາະແມ່ນສີນຄ້າຜະລິດຕະພັນທີ່ເປັນ ໂອດອບເຂົ້າມາຈຳໜ່າຍເປັນຕົ້ນແມ່ນສີນຄ້າປະເພດເຄື່ອງຫັດຖະກຳຕຳແຜ່ນແພ,ຈັກສານເຄື່ອງທີລະນຶກເຊັ່ນ:ຜ້າກະຕູຂອງບ້ານຫ້ວຍຫູນເມືອງເລົ່າງາມແລະຜະລິດຕະພັນຂອງບັນດາເມືອງອື່ນໆເຂົ້າມາວາງສະແດງເພື່ອໂຄສະນາໃຫ້ແກ່ແຂກທີ່ຈະເຂົ້າມາແຫຼງ່ທ່ອງທ່ຽວໃນງານປີໄໝ່ລາວໃຫ້ເປັນຂະບວນຟົດຟື້ນ,ພິເສດສຳລັບສະຖານທີ່ຮ້ານວາງສະແດງແລະຈຳໜ່າຍທາງບໍລິສັດພັດທະນາແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງເປັນຜູ້ຮັບຜິດຊອບໂດຍບໍ່ໄດ້ເສຍຄ່າເຊົ່າ.
ທ່ານ ນາງ ສອນທິດາ ອຸນາພົມ ຍັງໄດ້ກ່າວຕື່ມອີກວ່າ: ແຫ່ລງທ່ອງທ່ຽວຕາດເລາະ-ຕາດຮັງ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ແລະ ມີຊື່ສຽງຂອງແຂວງສາລະວັນ ເຊິ່ງມີຕັ້ງຢູ່ບ້ານຫົວຂົວເສັດ, ເມືອງເລົ່າງາມ, ແຂວງສາລະວັນ ຫ່າງຈາກເທສະບານເມືອງສາລະວັນ 30 ກວ່າກິໂລແມັດ, ຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ; ມີຕົ້ນກຳເນີດເກີດຂຶ້ນຈາກແມ່ນ້ຳເຊເສັດ ແຂວງເຊກອງ.