ສະຫວັນເທິງດິນ ຂອງແຂວງສາລະວັນ
ຖໍ້າພູຜາສຸກ ສະຫວັນເທິງດິນ ຄວາມງາມ ທີ່ສໍາພັດໄດ້ ທີ່ແຂວງ ສາລະວັນ !!! ຖ້າທ່ານ ມີໂອກາດ ມາທ່ຽວແຂວງ ສາລະວັນ ທ່ານບໍ່ຄວນພາດ ທີ່ຈະມາເຊັກອິນ ຖໍ້າພູຜາສຸກ ຕັ້ງຢູ່ ຫ່າງຈາກເທດສະບານເມືອງສາລະວັນ ໄປຕາມເສັ້ນທາງຊາຍແດນລາວ-ຫວຽດນາມ (ເສັ້ນທາງຫຼວງແຫ່ງຊາດ 15B) ປະມານ 20 ກວ່າ ກິໂລແມັດ ແລ້ວລ້ຽວຂວາ ປະມານ 9 ກິໂລແມັດກໍ່ຈະ ໄປເຖິງແຫລ່ງທ່ອງທ່ຽວນີ້. ໃນເຂດ ອຸທະຍານພູຜາສຸກ ມີຫລາຍຖໍ້າ ທີ່ແຝງໄປດ້ວຍຄວາມງົດງາມທີ່ແຕກຕ່າງກັນ ບາງຖໍ້າເໝືອນວ່າຄົນເຮົານໍາເອົາເພັດພອຍໄປຕິດໄປປະດັບເອຢ້ອງເຊິ່ງເມື່ອຕ້ອງກັບແສງໄຟແລ້ວກໍເຫລື້ອມຍິບຍັບງົດງາມອັດສະຈັນ, ບາງຖໍ້າເປັນຊັ້ນເປັນຖ້ານຄ້າຍຄືຂັ້ນໄດເໝືອນສະຫວັນດາວະດຶງ ແຕ່ຄວາມຈິງແລ້ວແມ່ນທຳມະຊາດສ້າງຂຶ້ນມາ ແລະ ທີ່ປະທັບໃຈຫລາຍກໍຄືບັນຍາກາດໃນຖ້ຳເຢັນດີ, ມີນ້ຳໄຫລຜ່ານທີ່ບໍ່ເປັນອຸປະສັກຕໍ່ການຍ່າງທ່ຽວຊົມ, ທາງຍ່າງກໍມີ ແລະ ສະດວກສະບາຍເພາະໄດ້ປັບປຸງແລ້ວ. ຄວາມຍາວໂດຍລວມຂອງລະບົບຖໍ້າ ມີຄວາມຍາວປະມານ 4.6 ກມ.
ອຸທິຍານພູຜາສຸກ ເປັນໜຶ່ງໃນແຫລ່ງທ່ອງທ່ຽວທາງທຳມະຊາດ 50 ແຫ່ງ ຂອງແຂວງ ສາລະວັນ. ການເດີນທາງ ແມ່ນສະດວກສະບາຍ ແລະ ສາມາດເຂົ້າເຖິງໄດ້ ໃນທຸກລະດູ.
