ສາລະວັນ – ດັກດັກ ແລກປ່ຽນສີລະປະເຊື່ອມໂຍງມິດຕະພາບ

ໃນຕອນຄ່ຳຂອງວັນທີ 3 ທັນວາ 2024 ຢູ່ທີ່ເດີ່ນເສົາໄມ້ດູ່ ແຂວງສາລະວັນ ໄດ້ມີພິເປີດງານແລກປ່ຽນສີລະປະ ເຊື່ອມໂຍງມິດຕະພາບ ລະຫ່ວາງ ພະແນກ ຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນ ສປປ ລາວ ກັບ ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງດັກລັກ ສສຫວຽດນາມ ໂດຍເປັນກຽດເຂົ້າຮ່ວມຊົມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ວຽກພັກພະນັກງານ;ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ຂັ້ນແຂວງ; ພ້ອມດ້ວຍການນໍາຂອງແຂວງແລະ ມວນຊົນເຂົ້າຮ່ວມຊົມ-ຮ່ວມເຊຍຢ່າງຄຶກຄື້ນມ່ວນຊື່ນ.
ໃນພິທີ ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງສາລະວັນ ແລະ ທ່ານ ລ້າຍ ດຶກ ດ້າຍ ຮອງຫົວໜ້າພະ ແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂວງດັກລັກ ກໍ່ໄດ້ຜັດປ່ຽນກັນກ່າວເປີດງານ; ເຊີ່ງທ່ານໄດ້ກ່າວວ່າ: ໃນປີ 2023 ທີ່ຜ່ານມາສອງປະເທດພວກເຮົາ ໄດ້ຈັດພິທີສະເຫຼີມ ສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ສະເຫຼີມສະຫຼອງສອງວັນປະຫວັດສາດຄື:ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 61 ປີ; ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ46ປີ, ຢູ່ຂັ້ນສູນ ກາງກໍ່ໄດ້ມີການຈັດວາງສະແດງຮູບພາບ, ການສະແດງສີລະປະ-ວັນນະຄະດີ ທີ່ສະ ແດງໃຫ້ເຫັນເຖີງສາຍພົວ ພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມະຄີພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງ ໂດຍໄດ້ຖ່າຍທອດຜ່ານບັນດາບົດເພງ ແລະ ຟ້ອນມິດຕະ ພາບລາວ-ຫວຽດນາມ ຢ່າງເບີກບານມ່ວນຊື່ນ; ທັງສ່ອງແສງໃຫ້ເຫັນເຖີງສາຍຜູກ ພັນຄວາມສາມາຄີມິດຕະພາບອັນຍິ່ງໃຫ່ຍທີ່ບໍ່ສາມາດຕັດຂາດອອກຈາກກັນໄດ້ ດັ່ງຄຳເວົ້າຂອງປະທານໂຮ່ຈີມິນທີ່ວ່າ: ‘’ຮັກກັນໝາຍໝັ້ນ-ຫຼາຍສັນພູກໍປີ້ນໄຕ່, ຫຼາຍນ້ຳໃຫ່ຍ ແລະ ໂຄກຄ້ອຍຂວາງຂັ້ນກໍ່ດຸ່ງໄປ, ສອງຊາດລາວ-ຫວຽດນາມ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົງຮາທັງແມ່ຂອງບໍ່ເລິກປຸນປານໄດ້” ທ່ານຍັງໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້ ແຂວງສາລະວັນ ກໍ່ໄດ້ຈັດງານສະເຫຼີມສະຫຼອງປີທ່ອງທ່ຽວລາວຕິດພັນກັບງານແຫ່ພຣະໄຕຣປີດົກ ສືບສານວັດທະນະທຳ ລຳວົງສາລະວັນ ປີ2024, ການປະກາດລຳສາລະວັນ ເປັນມໍ ລະດົກແຫ່ງຊາດລະດັບທ້ອງຖີ່ນ, ນອກນັ້ນແມ່ນການສະເຫຼີມສະ ຫຼອງວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວີຫານ ຄົບຮອບ 104 ປີ ແລະ ງານມະຫາກຳກິລານັກຮຽນມັດທະຍົມສືກສາ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນລະຫວ່າງວັນທີ 13-22 ທັນວາ ປີ2024, ທັງເປັນການຄຳນັບຮັບຕ້ອນໃຫ້ແກ່ກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ; ການພົບປະແລກ ປ່ຽນບົດຮຽນສີລະເຊື່ອມໂຍງມິດຕະພາບຂອງສອງແຂວງ ປີ 2024 ນີ້ໂດຍແມ່ນພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ສປປລາວ ເປັນເຈົ້າພາບ ຫຼັງຈາກນັ້ນກໍ່ໄດ້ທຳການສະແດງສີລະປະວັນນະຄະດີຮ່ວມກັນ ເຊິ່ງທັງໝົດມີ 16 ລາຍການໃນນັ້ນສະເພາະແຂວງສາລະວັນ ມີ 6 ລາຍການຄື: ເສບກ່ອມສະໜາມ ( ດ້ວຍບົດເພງປະຕິວັດ, ຈໍາປາເມືອງລາວ ແລະ ເພງລາວ-ຫວຽດ ນາມ ), ບົດຟ້ອນສາຍໃຈລາວ-ຫວຽດນາມ, ຖິ່ນສຽງແຄນແດນສາລະວັນ, ສາຍສໍາພັນລາວ-ຫວຽດນາມ ແລະ ຕາມດ້ວຍລໍາສາລະວັນ,ສ່ວນສີລະປະຂອງພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງດັກດັກສ ສຫວຽດນາມ ມີ 10 ລາຍການຄື: ບົດຟ້ອນດອກໄມ້ແຫ່ງມິດຕະພາບ, ບົດຟ້ອນເກັບໝາກໄມ້ປະສານສຽງດົນຕີຣ, ບົດຟ້ອນປີກນົກພຸ່ງສູງ, ບົດຟ້ອນ (ດອກບົວ-ດອກຈໍາປາ ), ບົດຟ້ອນສາຍສໍາພັນຫວຽດ-ລາວ, ບົດເພງລູງໂຮ່ຮັກດຽວທີ່ຍິ່ງໃຫ່ຍ, ບົດເພງ ເຊີນທ່ຽວພູພຽງເດີນ້ອງ, ບົດເພງທົ່ວຮອບຫວຽດນາມ, ບົດເພງເຢັນສະບາຍຊາວນາ, ບົດເພງຫວຽດນາມສວຍງາມ ແລະ ໃນຕອນທ້າຍກໍ່ໄດ້ມີ ການມອບຂອງຂັວນໃຫ້ກັບທິມງານນັກສະ ແດງຈາກພະແນກ ວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງ ດັກລັກຕື່ມອີກ