ສາລະວັນ – ກວາງຈິ ສສ ຫວຽດນາມ ຮັດແໜ້ນຄວາມສາມັກຄີ
ສະຫາຍອະດີດຮັກສາການປະທານຄະນະກໍາມະການປະຊາຊົນແຂວງກວາງຈິ ສສ ຫວຽດນາມຢ້ຽມຢາມ ແລະເຮັດວຽກຢູ່ແຂວງສາລະວັນ. ໃນວັນທີ 23 ກັນຍາ 2025 ຢູ່ຫ້ອງຮັບຮອງຂອງແຂວງ ສະຫາຍ ຮ່າສີດົົ່ງ ອະດີດຮັກສາການປະທານຄະນະກໍາມະການປະຊາຊົນແຂວງ, ອະດີດຫົວໜ້າຄະນະຊີີ້ນໍາວຽກງານຊາຍແດນແຂວງກວາງຈິ ສສ ຫວຽດນາມ ພ້ອມຄະນະ,ໄດ້ເຄື່ອນໄຫວຢຽ້ມຢາມ ແລະເຮັດວຽກກັບການນໍາແຂວງສາລະວັນ,ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະສົມກຽດຂອງ ສະຫາຍ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ພ້ອມຄະນະເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ສະຫາຍ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ໄດ້ກ່າວສະແດງ ຄວາມຕ້ອນຮັບຢ່າງ ອົບອຸ່ນ, ສະໜິດສະໜົມ, ທີ່ເຕັມໄປດ້ວຍຄວາມຮັກແພງຖານ ສະຫາຍ; ອ້າຍນ້ອງທີ່ມີຄວາມຈິງໃຈເຊິ່ີງກັນ ແລະ ກັນ. ຈາກນັ້ນກໍໄດ້ລາຍງານສະພາບລວມໂດຍຫຍໍ້ຂອງແຂວງໃຫ້ຮັບຊາບເຊີ່ງຜ່ານມາແຂວງສາລະວັນໄດ້ສຳເລັດກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງຄັ້ງທີ X ເຊີ່ງສາມາດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຈຳນວນ 35 ສະຫາຍ, ຍິງ 04 ສະຫາຍ; ເລືອກເອົາຄະນະປະຈຳພັກແຂວງ 11 ສະຫາຍ, ຍິງ 01 ສະຫາຍ ແລະ ຮັບຮອງ ສະຫາຍ ປອ ດາວວົງ ພອນແກ້ວ ເປັນເລຂາຄະນະບໍ ລິຫານງານພັກແຂວງ, ສະຫາຍປະເດີມພອນ ສົນທະນີເປັນຮອງເລຂາພັກແຂວງ ແລະ ສະຫາຍ ນາງ ບຸນທະວີ ດວງລາສີ ເປັນຮອງເລຂາພັກແຂວງ,ສຳລັບຜົນງານໃນການຮ່ວມມືຜ່ານມາແມ່ນມີຜົນສຳເລັດໃນຫຼາຍດ້ານເປັນ ຕົ້ນໄດ້ຜົນສໍາເລັດການບູລະນະລະບົບຫຼັກໝາຍຊາຍແດນ, ການແກ້ໄຂບັນຫາຜູ້ຍົກຍ້າຍທີ່ຕັ້ງພູມລໍາເນົາຕາມລໍາພັງໃຈແລະ ສ້າງຄອບຄົວບໍ່ຖືກລະບຽບ, ຮັກສາສະຖຽນລະພາບທາງດ້ານການເມືອງ- ສັງຄົມ ໃນ ບໍລິເວນຊາຍແດນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ປະກອບສ່ວນຍູ້ແຮງການພັດທະນາ ເສດຖະກິດ-ສັງຄົມລຽບຊາຍແດນສອງແຂວງ.ດ້ານການລົງທຶນໄດ້ຊຸກຍູ້ຫົວໜ່ວຍທຸລະກິດ, ນັກລົງທຶນຂອງ ແຂວງກວາງຈິ ເຂົ້າມາເຄື່ອນໄຫວ, ດໍາເນີນທຸລະກິດດ້ານການຄ້າ, ການລົງທຶນ ໃນຂະແໜງການຕ່າງໆ ໃນຂອບເຂດຊາຍແດນ ແລະ ພືີ້ນທີ່ອື່ນໆ ຂອງແຂວງສາລະ ວັນ; ດ້ານວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ , ຕອບຕ້ານ ແລະແກ້ໄຂໜໍ່ແໜງກຸ່ມຄົນທີ່ບໍ່ຫວັງດີ ແລະ ກໍ່ ຄວາມບໍ່ສະຫງົບໄດ້ທັນເວລາ; ຕໍ່ຜົນງານປະກອບສ່ວນຊ່ວຍເຫຼືອດັ່ງກ່າວໃນນາມຄະນະບໍລິຫານງານພັກ ແຂວງ, ອົງການປົກຄອງແຂວງ, ປະຊາຊົນຊາວແຂວງສາລະວັນ ຂໍ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ.
